ຄອຍນ້ອງຄືນເມືອງຄອບ

536

Suno AI

ຄອຍນ້ອງຄືນເມືອງຄອບ
v4

@ແກ້ວອຸດອນ ເພັດສະຫມອນ

ຄອຍນ້ອງຄືນເມືອງຄອບ
v4

@ແກ້ວອຸດອນ ເພັດສະຫມອນ

가사
A.(ລໍາ) ລະເມື່ອສຽງຈັກຈັນຮ້ອງ ດັ່ງກ້ອງໄພພະນາ
ສຽງນົກກາແຊວຮ້ອງ ໃຈຄິດຮອດນ້ອງຢູ່ບໍວາຍ
ກະຫຼາຍປີແລ້ວເດນ້ອງ.... ທີ່ເນື້ອທອງຈາກບ້ານ
ໄປເຮັດງານຢູ່ຕ່າງແດນໄກ ຄົງລືມໄລຊາຍຄົນນີ້
ມີແຟນໄໝ່ແລ້ວນ້ອງ ຈຶ່ງບໍ່ຕ່າວມາເດນໍ....ນ້ອງສາວເອີຍ

B.ວັນເດືອນເຄື່ອນຍ້າຍ ໃຈອ້າຍຍັງນີ້ຫວ່ງຫາ
ວອນລົມພັດພາ ສົ່ງຂ່າວຫາຄົນໄກ
ນ້ອງໄປຢູ່ກຸງເທບ ແຕ່ງໜ້າເສີບເລັບງາມຫຼາຍ
ມີຄົນເອົາໃຈ ເລີຍລືມອ້າຍຄົນນີ້ລະນໍ.....

C.ກັບຄືນບ້ານເກີດເຖີດນ້ອງ ຜ່າບ່ອງເມືອງຄອບບ້ານເຮົາ
ຮູ້ບໍອ້າຍຫງວມເຫງົ້າ (ຊໍ້າ) ອ້າຍລໍຄອຍເຈົ້າຢູ່ທຸກວັນເວລາ
ກັບມາເດີກັບມາ ຢ່າລືມສັນຍາ ສອງເຮົາເຄີຍມີ
ນ້ອງບອກຈະຄືນມາອີຫຼີ (ຊໍ້າ) ຈົນຮອດວັນນີ້ບໍ່ເຫັນຮອດເງົາ

D.(ລໍາ) ລໍຄອຍເຈົ້າ ເດືອນຈຽງເດືອນຢີ່
ລົມພັດວີ່ໆວອນ ຄິດຮອດງາມຂໍາ
ຮອດເດືອນສາມ ມານັດໝາຍ
ຊິພາຂວັນໃຈ ທ່ຽວບຸນທາດປວກບ້ານເຮົາ

ສົງການປີນີ້ ວອນຄົນດີຄືນມາເຖີດໜາ
ອ້າຍນີ້ຄອຍຖ້າ ລໍການດາກັບຄືນບ້ານເຮົາ
ພໍສົງການລ່ວງເຂົ້າ ຢູ່ບ້ານເຮົາມີບຸນບັ້ງໄຟ
ອ້າຍຄົງສຸກໃຈ ມີນ້ອງຄຽງກາຍອ້າຍຄົງງຫາຍເຫງົ້າ

(ລໍາ) ຫຼາຍຄົນເວົ້າ ໃຫ້ເຈົ້າເສຍຄ່າ
ອ້າຍນີ້ຍັງລໍຖ້າ ໃຫ້ນ້ອງຕ່າວຄືນ
ຢ່າໄປຝືນ ເລື່ອງເກົ່າເລື່ອງຫຼັງ
ອ້າຍນີ້ຍັງຮັກນາງ ບໍມີວັນ....ຊິເມີນມ້າງ.....
음악 스타일
ເພງອີນດີ້

당신은 좋아할 수도 있습니다

노래 표지 Фантазёр
v5

Suno AI을 사용하여 Сергей Троллев에 의해 생성됨

노래 표지 انا
v4

Suno AI을 사용하여 عبدالرحمن احمد에 의해 생성됨

관련 재생목록

노래 표지 Bolyongok az éjszakában
v4

Suno AI을 사용하여 Alexander Tajthy - Hayos에 의해 생성됨

노래 표지 Ворам свобода
v4

Suno AI을 사용하여 Muhammed Murzabekov에 의해 생성됨

노래 표지 песня
v4

Suno AI을 사용하여 Марина Ерошенкова에 의해 생성됨

노래 표지 Meu amor ❤️
v4

Suno AI을 사용하여 odiliodenes junior에 의해 생성됨