ເພງ ຄົນຈົນຮັກຈິງ

936

Música criada por korlakan SEANKEO com Suno AI

Capa da música ເພງ ຄົນຈົນຮັກຈິງ
ເພງ ຄົນຈົນຮັກຈິງ
v3.5

@korlakan SEANKEO

Capa da música ເພງ ຄົນຈົນຮັກຈິງ
ເພງ ຄົນຈົນຮັກຈິງ
v3.5

@korlakan SEANKEO

Letra da música
ຄົນຈົນຄືເຮົາ ບໍ່ມີໃຜເອົາເປັນແຟນ
ທຸກຍາກຂາດແຄນ ທຸກເຫຼື່ອແສນບໍ່ມີຫຍັງຊິກິນ
ຕ້ອງທຳງານໜັກ ລຳບາກເກືອບຊິເປັນວິນ
ກໍ່ຫວັງວ່າຊິມີຢູ່ມີກິນ ດິ້ນລົນທຳງານທຸກວັນ
ໜ້າຕາບໍ່ຫຼໍ່ ພໍ່ແມ່ກະຍັງທຸກຈົນ
ໃຜຊິມາສົນ ຄົນທີ່ບໍ່ສຳຄັນ
ຄວາມຮູ້ກະນ້ອຍ ຕໍ່າຕ້ອຍບໍ່ມີສີສັນ
ທຸກງານສູ້ສົນຜ່າພັນ ສັກວັນຄົງຈະໄດ້ດີ
ມີຢູ່ບໍ່ໜໍ່ ນວນລະອໍທີ່ຮັກຈິງ
ທີ່ເປັນຜູ້ຍີງ ຮັກຈິງໂອບອ້ອມອາລີ
ບໍ່ເຫັນແກ່ເງິນ ເພີດເພີນໃນໂລກໂລກີ
ຮັກກັນດ້ວຍຄວາຍິນດີ ບໍ່ມີສິ່ງໃດມາພານ
ທີ່ມີຮັກແທ້ ຈະດູແລໃຫ້ສຸກສະບາຍ
ວຽກງານທັງຫຼາຍ ຕົວອ້າຍຊິບໍ່ກຽດຄ້ານ
ເຮັດໄດ້ທຸກຢ່າງ ເພື່ອໃຫ້ນາງຢູ່ສຸກສຳລານ
ຂໍພຽງແຕ່ມີຕາຫວານ ນ້ອງນົງຄານເປັນກຳລັງໃຈ
Estilo de música
ລູກທົ່ງບ້ານນາ

Você pode gostar

Lista de reprodução relacionada