ເ ພງ ພະເວດສັນດອນເຕັມຮູບແບບ

849

Music Created By korlakan SEANKEO With Suno AI

ເ ພງ ພະເວດສັນດອນເຕັມຮູບແບບ
v3.5

@korlakan SEANKEO

ເ ພງ ພະເວດສັນດອນເຕັມຮູບແບບ
v3.5

@korlakan SEANKEO

Lyrics
ພະເວດສັນດອນ ມະທີງາມງອນອ້າຍຖາມຈາກໃຈ
ມັດທີຮັກພະເວດຊໍາໃດ ເໜືອກວ່າສິງໃດສ້າງບາລະມີມາ
ທານລູກທານເມຍ ຢ້ານເຈົ້າເສຍດາຍເສົ້າໃຈແກ້ວຕາ
ພ້ອມທັງສາລີກັນຫາ ແພງປານໜ່ວຍຕາຮັກລົ້ນດວງໃຈ
ສວຍແຖມໃຈດີ ມັດທີເມຍມູນຂອງອ້າຍ
ເຂົາວົງກົດຄູ່ຄຽງສິດໃກ້ ດຸ່ງດັ້ນມາໄກຈາກຈອນຮັງຄອນ
ຮັກຍັງທ່ຽງໝັ້ນ ຮັກນິດນິລັນຮັກດຽວແນ່ນອນ
ຜູກໝັ້ນກອດກ້ຽວຮຽງຊ້ອນ ມັດທີງາມງອນເມຍພີ່ໃຈດີ
ບັດນີ້.........ຈັກໄດ້ພັນລະນາເລື່ອງນິທານເກົ່າຊາດົກ ຊາດທີ10ຊິຍໍ່ຍົກ ເລື່ອງພະເວດສັນດອນເຈົ້າ ເອົານິທານມາເວົ້າ ສອນຄົນສະໄໝໄໝ່ ໃຜທີ່ຍັງບໍ່ຮູ້ຟັງທອນຢ່າຢູ່ເຊີຍ ໃຜທີ່ເຄີຍຮູ້ແລ້ວ ເລື່ອງພະເວດທານເມຍ ບໍ່ມີເສຍໃຈນຳເລີຍເພີ່ນວາງເສີຍແຕ່ດົນແລ້ວ ແມ່ນແຕ່ສອງດວງແກ້ວ ແນວໜໍ່ຂອງຕົນເອງ ເພີ່ນບໍ່ເກງໃຈເມຍລັກທານໃຫ້ພາມຈ້ອຍ ມັດທີຊອຍວອຍເອີ້ນຫາບຸດຕາລູກອ່ອນ ບໍ່ຮູ້ວ່າພະເວດສັນດອນ ໄດ້ທານລູກແກ່ນຫຼ້າ ນໍາຕາຍ້ອຍວ່າຍ່າວໄຫຼ..............ລູກຄຳເອີຍ..............ເອີຍ..........
ບຳເພັນພຽນຕະບະ ຍົກລູກຫຼ້າທານໃຫ້ຕາພາມ
ພະຍາອິນລອງໃຈເວດຊໍ້າ ທານເມຍຄົນງາມນໍ້າຕາລິນໄຫຼ
ຖາມເຫດແລະຜົນ ໜາດຫຼ້າໜ້າມົນມັດທີຮັກໃຜ
ລູກເມຍເວດແພງສຸດຫົວໃຈ ຕາຍແທນຍັງໄດ້ເຊື່ອຜົວຄົນນີ້
ນິທານເລື່ອງເລົ່າ ຄວາມຮັກຂອງພະເຈົ້າສິບຊາດປາງກອນ
ເຖິງບັ້ນເຂົ້າສູ່ນະຄອນ ເຫັນລູກນ້ອຍອ່ອນກັນຫາສາລີ
ອ້າຍລອງໃຈເຈົ້າ ມັດທີເມຍເຄົ້າພັນຍາຂອງພີ່
ຕາຍເກີດຊາດໃດຂໍຄູ່ຄົນດີ ໃນໃຈອ້າຍນີ້ ລ້ານປີມີແຕ່ນ້ອງ
ຮັກໃຜບໍ່ໄດ້ເນື້ອທອງ ແມ່ຜູ້ທີ່2ກໍ່ຄືມະທີ
ມາເຖິງຕອນ2 ອ້າຍຮັກນ້ອງຄືພະເວດຮັກມະທີ
ຈະຮັກນ້ອງຈົນສິ້ນຊີວີ ບໍ່ມີທານຍົກໃຫ້ໃຜດອກ
ອ້າຍລະບໍ່ທັນໄດ້ ຖ້າຂາດເຈົ້າໄປຄົງຈະຊໍ້າຊອກ
ເຮັດບໍ່ໄດ້ຄືພະເວດບອກ ນອກສາຈາກໝົດລົມຫາຍໃຈ
ທານລູກແຮງໄກ ເຮັດບໍ່ໄດ້ດອກເດີຄົນດີ
ທັງບຸດຕາແລະບຸດຕີ ເລືອດເນື້ອນີ້ອ້າຍທານບໍ່ໄດ້
ທານເງິນທານຄຳ ທານສິງຂອງກໍ່ຍັງພໍໄຄ
ທານລູກເມຍນີ້ເປັນເລື່ອງໃຫຍ່ ຖ້າຂື່ນທານໄປຄົງຈະບໍ່ໄດ້ລູກເມຍກັບຄືນ.......
Style of Music
ລຳເພີນ

You Might Like

Cover of the song Красная машинка
v4

Created By Julia Klochkova With Suno AI

Cover of the song Manuel
v4

Created By Gyöngyi Szakácsné With Suno AI

Cover of the song Ленка
v4

Created By Igor Amelko With Suno AI

Related Playlist

Cover of the song carne y vida
v4

Created By Pedro Garcias With Suno AI

Cover of the song Faça Ali
v4

Created By Deliberalli With Suno AI

Cover of the song OLHA O SORRISO!!!
v4

Created By Jose do Carmo Carile With Suno AI

Cover of the song Mãe Mariza
v4

Created By neide costa With Suno AI